ໃນຕອນບ່າຍຂອງວັນທີ່ 16 ກໍລະກົດ 2020 ນີ້, ທັງອົງການກາແດງລາວສາຂາແຂວງຜົ້ງສາລີລົງມອບເຄື່ອງໃຫ້ນັກຮຽນມັດທະຍົມສົມບູນບ້ານຍໍ້. ເຊີ່ງນຳໂດຍທ່ານ ຄຳພັດ ສີເຈັ່ນ ຮອງຫົວໜ້າອົງການກາແດງລາວສາຂາແຂວງຜົ້ງສາລີພ້ອມດ້ວຍວີຊາການໄດ້ນຳເອົາເຄື່ອງນຸ່ງຫົ່ມຈຳນວນໝື່ງໄປມອບໃຫ້ກັບນັກຮຽນມັດທະຍົມສົມບູນບ້ານຍໍ້. ເຊີ່ງເຄື່ອງທີນຳໄປມອບໃນຄັ້ງນີ້ປະກອບມີເຄື່ອງນຸ່ງຫົ່ມຂອງເດັກນ້ອຍຜູ້ທີ່ມີຄວາມທຸກຍາກຂາດເຂີນກ່ວາໝູ່ ເຊີ່ງລວມມີ 50 ຖົງ ມີມູນຄ່າທັງໝົດ 3.650.000 ກີບ ມີນັກຮຽນຂາດເຂີນກ່ວາໝູ່ 50 ນ້ອງ, ຍີງ 23 ນ້ອງ. ໂດຍການກ່່າວມອບຂອງທ່ານ ຄຳພັດ ສີເຈັ່ນ ຮອງຫົວໜ້າອົງການກາແດງລາວສາຂາແຂວງຜົ້ງສາລີ ແລະ ກ່າວຮັບໂດຍທ່ານ ຄຳເຈັ່ນ ອິນແສງ ຜູ້ອຳນວຍການໂຮງຮຽນມັດທະຍົມສົມບຸນບ້ານຍໍ້ ແລະ ໄດ້ມອບຕໍ່ໃຫ້ກັບນ້ອງໆນັກຮຽນຈຳນວນ 50 ຄົນ ຕາມລຳດັບ.
ໃນໂອກາດນີ້ ທ່ານ ຄຳເຈັ່ນ ອິນແສງ ຜູ້ອຳນວຍການໂຮງຮຽນມັດທະຍົມສົມບຸນບ້ານຍໍ້ ກໍ່ໄດ້ກ່າວສະແດງຄວາມຂອບອົກຂອບໃຈມາຍັງອົງການກາແດງລາວສາຂາແຂວງຜົ້ງສາລີີ່ໄດ້ຍາດແຍ່ງເຄື່ອງນຸ່ງຈາກອົງການກາແດງແຫ່ງຊາດລາວ ແລະ ໄດ້ມາມອບໃຫ້ກັບນ້ອງໆນັກຮຽນໃນຄັ້ງນີ້ເຊີ່ງມັນໄດ້ປະກອບໃຫຍ່ສຳຄັນໃຫ້ກັບນ້ອງນັກຮຽນຜູ້ທີ່ທຸກຍາກມີເຄື່ອງນຸ່ງໃໝ່ ແລະ ອົບອຸ່ນ.
( ພາບ - ຂ່າວ: ແສງຄຳ ສາລີວັນ )