ເພື່ອເປັນການສ້າງຜົນງານເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງ XI ຂອງພັກ ແລະ ກອງປະຊຸໃຫຍ່ຜູ້ແທນອົງຄະນະພັກແຂວງຄັ້ງທີ XI ໃຫ້ເປັນຂະບວການຟົດຟື້ນນັ້ນ, ໃນວັນທີ່ 19 ສິງຫາ 2020 ນີ້, ສະຫາຍ ນ. ທຸມມະລີ ວົງພະຈັນ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ອະນຸກຳມະການເນື້ອໃນການກະກຽມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ ປະຊາຊົນປະຕິວັດລາວ, ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ, ຊຸກຍູ້ວຽກງານເນື້ອໃນ ຢູ່ເມືອງຂວາ, ແຂວງຜົ້ງສາລີ. ໂອກາດນີ້ສະຫາຍ ພອນທະວີ ໄຊມົນຕີ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆຂວາ, ກໍ່ໄດ້ລາຍງານຫຍໍ້ກ່ຽວກັບການພັດທະນາເສດຖະກິດ - ສັງຄົມຂອງເມືອງໃນໄລຍະຜ່ານມາ. ເຊີ່ງເມືອງຂວາ ເປັນເມືອງໜື່ງທີຕັ້ງຢູ່ໃຕ້ສຸດຂອງແຂວງຜົ້ງສາລີ, ມີເນື້ອທີທັງໝົດ 1.769 ກິໂລຕາແມັດ, ພື້ນທີກວມ 90% ເປັນເຂດພູດອຍ ປະກອບດ້ວຍ 93 ບ້ານ ແບ່ງອອກເປັນ 09 ກຸ່ມບ້ານ, ມີ 5.605 ຄົວເຮືອນ, ມີ 6.938 ຄອບຄົວ, ມີພົນລະເມືອງທັງໝົດ 29.460 ຄົນ, ຍິງ 14.621 ຄົນ. ປະຊາຊົນສ່ວນຫຼາຍດຳລົງຊີວິດຢູ່ເຂດພູດອຍໂດຍຖືເອົາ ອາຊີບຖ່າງປ່າເຮັດໄຮ່ແບບໝູນວຽນ ແລະ ລ້ຽງສັດ, ຈຳນວນໜື່ງດຳລົງຊີວິດຢູ່ຕາມລ່ອງນໍ້າ ແລະ ເສັ້ນທາງເສັ້ັນຫຼວງແຫ່ງຊາດ ຖືເອົາອາຊີບ ຄ້າຂາຍ ແລະ ເຮັດການບໍລິການ. ໃນໄລຍະ 06 ເດືອນຜ່ານມາ ລວມຍອດຜະລິດຕະພັນພາຍໃນ ປະຕິບັດໄດ້ 108,73 ຕື້ກີບ ທຽບໃສ່ແຜນປີ ປະຕິບັດໄດ້ 50,50 %. ປັດຈຸບັນສາມາດຂຸດຄົ້ນລາຍຮັບເຂົ້າງົບປະມານໄດ້ທັງໝົດ 2.26 ຕື້ກີບ ເທົ່າກັບ 57% ຂອງແຜນການປີ , ລາຍຮັບພູດທ້ອງຖິ່ນໄດ້ 1,06 ຕື້ກີບ ເທົ່າກັບ 39% ຂອງແຜນການ, ດຸນດຽ່ງຈາກແຂວງ 1,20 ຕື້ກີບ ທຽບໃສ່ແຜນການປີປະຕິບັດໄດ້ 100%, ດ້ານລາຍຈ່າຍ ປະຕິບັດໄດ້ 1,51 ຕຶ້ກີບ ເທົ່າກັບ 38% ຂອງແຜນການປີ. ສາມາດລຶບລ້າງຄວາມ ທຸກຍາກໄດ້ແລ້ວ 19 ບ້ານ, ກວມ 20,43% ຂອງຈໍານວນບ້ານໃນທົ່ວເມືອງ, ຖ້າທຽບໃສ່ດໍາລັດ 309 ບ້ານພົ້ນທຸກຫຼຸດລົງ 27 ບ້ານກວມ29,03% ແລະ ບ້ານທຸກຍາກເພີ້ມຂຶ້ນເປັນ 74 ບ້ານ ກວມ 79,56% (ຕາມການລົງປະເມີນຂອງດໍາລັດ 348 / ລບ) ສາມາດລຶບລ້າງຄອບຄົວທຸກຍາກໄດ້ແລ້ວ 1.706 ຄອບຄົວ, ກວມ 30,88.% ຂອງຈຳນວນຄອບຄົວໃນທົ່ວເມືອງ, ປະຊາກອນພົ້ນທຸກ 8.574 ຄົນ, ກວມ 29,44 % ແລະ ຄອບຄົວທຸກຍາກຍັງເຫລືອ 3.817 ຄອບຄົວກວມ 69,11%, ສ້າງບ້ານພັດທະນາໄດ້ 13 ບ້ານ, ກວມ 13,82% ຂອງຈໍານວນບ້ານໃນທົ່ວເມືອງຕາມດໍາລັດ 309/ນຍ ແລະ ສ້າງຄອບຄົວພັດທະນາໄດ້ 1.152 ຄອບຄົວ, ກວມ18,033%, (ອິງໃສ່ການປະເມີນດໍາລັດ 348 /ລບ ປະຈໍາປີ 2019 ບ້ານພັດະນາບໍ່ໄດ້ຈັກບ້ານເນື່ອງຈາກມາດຖານ ແລະ ເງື່ອນໄຂສູງສະເລ່ຍແລ້ວ 5,6 ລ້ານກີບ/ຄົນ/ປີ) ມີ ຄອບຄົວພັດທະນາ 134 ຄອບຄົວ, ກວມ 2,42% ມີບ້ານຢຸດຕິການຖ່າງປ່າເຮັດໄຮ່ 36 ບ້ານ, ກວມ 38,29%.
ໃນໂອກາດນີ້ ສະຫາຍ ນາງ ທຸມມະລີ ວົງພະຈັນ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ອະນຸກຳມະການເນື້ອໃນການກະກຽມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ ປະຊາຊົນປະຕິວັດລາວ ກໍ່ໄດ້ມີຄຳເຫັນແໜ້ນໝັກຕໍ່ການນຳຂອງເມືອງຂວາ ເຊີ່ງກ່ອນອື່ນຫມົດ ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍທີ່ການນຳເມືອງສາມາດປະຕິບັດໄດ້ຫລາຍດ້ານທີ່ພັກ ແລະ ລັດ ກໍ່ຄື ການນຳຂັ້ນແຂວງມອບໝາຍໃຫ້ , ພ້ອມນີ້ ສະຫາຍ ຍັງໄດ້ ເນັ້ນໃຫ້ການນຳເມືອງສືບຕໍ່ປະຕິບັດວຽກງານໂດຍສະເພາະການຜັນຂະຫຍາຍທິດທາງ ນະໂຍບາຍຂອງພັກ - ລັດ ໃນການຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມພາລະບົດບາດ ແລະ ສືບຕໍ່ເສີມຂະຫຍາຍນໍ້າໃຈສາມັກຄີ ພາຍໃນເມືອງ ເພື່ອພ້ອມກັນຈັດຕັ້ງປະຕິບັດມະຕິກອງປະຊຸຸມໃຫຍ່ຄະນະບໍລິຫານງານສູນກາງພັກຄັ້ງທີ 10 ສະໄຫມທີ 10, ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄັ້ງທີ 11 ສະໄຫມທີ 10 ຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງຂວາຄັ້ງທີ່ 15 ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ, ກໍ່ຄືຂອງແຂວງຜົ້ງສາລີ ໃຫ້ເປັນຂະບວນຟົດຟື້ນ, ສອດຄ່ອງກັບນະໂຍບາຍຂອງພັກ - ລັດ ວາງອອກ. ພາຍຫຼັງທີ່ສະຫາຍ ນາງ ທຸມມະລີ ວົງພະຈັນ ຮອງຫົວໜ້າຫ້ອງວ່າການສູນກາງພັກ ສຳເລັດການພົບປະກັບການນຳເມືອງແລ້ວຍັງໄດ້ໄປຕິດຕາມໂຄງການເຂື່ອນໄຟຟ້ານໍ້າອູ 4 ແລະ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຂອງໜ່ວຍພັກບ້ານຫ້ວຍປາ, ເມືອງຂວາ ເຊີ່ງໝ່ວຍພັກດັ່ງກ່າວສາມາດຍາດໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ 14 ປີຊ້ອນຕິດຕໍ່ກັນ.
ພ້ອມກັນນັ້ນທ່ານຍັງໄດ້ມີຄຳເຫັນແໜ້ນໝັກໃຫ້ອົງການຈັດຕັງຂັ້ນບ້ານຈົ່ງເຊີດຊູ້ນໍ້າຮັກຊາດ, ເປັນກຳລັງຫຼັກແຫລ່ງໃນການພັດທະນາບ້ານຂອງຕົ້ນໃຫ້ຫຼຸດຜ່ອນອອກຈາກຄວາມທຸກຍາກເທື່ອລະກ້າວ, ພ້ອມທັງຮັກສາມູນເຊື່ອຂອງໝ່ວຍພັກໃຫ້ເປັນໝ່ວຍພັກປອດໃສເຂັ້ມແຂວງ ແລະ ໝັກແໜ້ນຕະຫຼອດໄປ.
( ພາບ - ຂ່າວ: ແສງຄຳ ສາລີວັນ )