ກອງປະຊຸມໃຫຍ່ຜູ້ແທນສະຫະພັນນັກຮົບເກົ່າແຂວງຜົ້ງສາລີ ຄັ້ງທີ IV ໄດ້ໄຂຂື້ນດ້ວຍບັນຍາກາດອັນຟົດຟື້ນ, ຜູ້ແທນມີຄວາມຮັບຜິດຊອບຢ່າງສູງ ແລະ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ໃນຕອນບ່າຍຂອງວັນທີ່ 7 ສິງຫາ 2020 ຢູ່ທີ່ສະໂມສອນໃຫຍ່ຂອງເມືອງບຸນເໜືອ. ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພັນຕີ ຊຽງສົມຈັນ ແສງມະນີ ຄະນະບໍລິຫານງານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ປະທານສະຫະພັນນັກຮົບເກົ່າແຂວງຜົ້ງສາລີ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ຄຳຜອຍ ວັັນນະສານ ຮັກສາການເລຂາພັກແຂວງ, ເຈົ້າແຂວງໆຜົ້ງສາລີ, ສະຫາຍ ພົນຈັດຕະວາ ຄຳຫອມ ແສງບົວລົມ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມີບັນດາສະຫາຍກຳມະການປະຈຳພັກແຂວງ, ຜູ້ຊີ້ນຳອົງການຈັດຕັ້ງມາຫະຊົນຂັ້ນແຂວງ, ຜູ້ຕ່າງໜ້າຈາກອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ບັນດາທ່ານຮອງເຈົ້າເມືອງ, ແຂກເຊີນມາຈາກຄະນະພັກພະແນກການອ້ອມຂ້າງແຂວງ, ມີຜູ້ແທນສົມບູນຈຳນວນ 80 ສະຫາຍ, ຍີງ 2 ສະຫາຍ, ທີ່ເປັນຕົວແທນໃຫ້ແກ່ສະມາຊິກສະຫະພັນນັກຮົບເກົ່າທັງໝົດ 1.870 ສະຫາຍ, ຍີງ 140 ສະຫາຍເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ພັນຕີ ຊຽງສົມຈັນ ແສງມະນີ ປະທານສະຫະພັນນັກຮົບເກົ່າແຂວງຜົ້ງສາລີ ກໍ່ໄດ້ຂື້ນກ່າວໄຂກອງປະຊຸມຢ່າງເປັນທາງການ. ພ້ອມທັງຜ່ານຮ່າງລາຍງານການເມືອງທັງສອງພາກ ເຊີ່ງຕະຫຼອດໄລຍະຜ່ານມາສະຫະພັນນັກຮົບເກົ່າແຂວງ ໄດ້ຕັ້ງໜ້າເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງຕົນ ແລະ ສືບຕໍ່ເປັນຄັນທຸງເຕົ້າໂຮມຄວາມສາມັກຄີໃນຖັນແຖວນັກຮົບເກົ່າ ແລະ ສະມາຊິກນັກຮົບເກົ່າ ເປັນປຶກແຜ່ນແໜ້ນໜາ, ປະສານສົມທົບກັບພາກສ່ວນຕ່າງໆ, ເສີມຂະຫຍາຍສິດເປັນເຈົ້າຂອງປະເທດຊາດ ເອົາໃຈໃສ່ປຸກລະດົມທຸກກຳລັງແຮງຂອງສະມາຊິກນັກຮົບເກົ່າ ເຂົ້າຮ່ວມຂະບວນການຂໍ້ແຂ່ງຂັນ 3 ດີ 6 ຮັກສາ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ຂະບວນການອື່ນໆ ສາມາດຍາດໄດ້ 5 ປີຜ່ານມາ. ທົ່ວແຂວງມີໜ່ວຍນັກຮົບເກົ່າ 59 ໜ່ວຍມີ 319 ຈຸຂື້ນກັບ ມີສະມາຊິກນັກຮົບເກົ່າ 1.870 ສະຫາຍ, ເພດຍິງ 140 ສະຫາຍ.ໃນນີ້, ມີພະນັກງານບຳນານ 184 ສະຫາຍ, ຍິງ 27 ສະຫາຍ, ສະມາຊິກນັກຮົບເກົ່າໄດ້ຮັບອຸດໜູນ 118 ສະຫາຍ, ບໍ່ໄດ້ຮັບອຸດໜູນ1752/140 ສະຫາຍ ຖ້າທຽບໃສ່ສະໄໝທີ II ຜ່ານມາໜ່ວຍສະມາຊິກນັກຮົບເກົ່າລຸດລົງ 3 ໜ່ວຍ, ສະມາຊິກນັກຮົບເກົ່າລຸດລົງ 766 ສະຫາຍ; ມີຄະນະບໍລິຫານງານຂັ້ນແຂວງ 11 ສະຫາຍ, ສະມາຊິກນັກຮົບເກົ່າເປັນນາຍບ້ານ 15 ສະຫາຍ,ຮອງນາຍບ້ານ 11 ສະຫາຍ ເປັນແນວໂຮມບ້ານ 11 ສະຫາຍ, ເປັນຄະນະໄກ່ເກ່ຍ 27 ສະຫາຍ, ເປັນ ປກສ 20 ສະຫາຍ, ເປັນກອງຫຼອນ 37 ສະຫາຍ ແລະ ເປັນຄະນະແນວລາວສ້າງຊາດ 22 ສະຫາຍ. ໃນປະຈຸບັນຖັນແຖວນັກຮົບເກົ່າມີເນື້ອທີ່ປູກຝັງທັງໝົດ 7.754 ເຮັກຕາໃນນັ້ນເນື້ອທີ່ປູກໄມ້ອຸສາຫະກຳ 24.406 ເຮັກຕາ, ປູກຕົ້ນໄມ້ກິນໝາກ 4.424,851 ເຮັກຕາ, ພືດລົ້ມລຸກ 689,53 ເຮັກຕາ, ດິນສວນ 2.680,25 ເຮັກຕາ ແລະ ເນື້ອທີນາ 981,78 ເຮັກຕາ, ສຳລັບການລ້ຽງສັດ ແມ່ນອາໃສ່ການລ້ຽງແບບປະຖົມປະຖານ, ລ້ຽງແບບດັ່ງເດີມຍັງບໍ່ທັນເປັນຟາມໄດ້ ຍ້ອນຂາດທຶນຮອນ ແລະ ວິຊາການ ໃນ 5 ປີຜ່ານມາ ສະມາຊິກນັກຮົບເກົ່າທົ່ວແຂວງສາມາດລ້ຽງສັດມີຄື: ຄວາຍທັງໝົດ 1.245 ໂຕ, ງົວ 1.514 ໂຕ, ແບ້ 219 ໂຕ, ໝູ 3.444 ໂຕ, ສັດປີກ 19.427 ໂຕ, ມີໜອງປາທັງໝົດ 97 ໜອງ ປ່ອຍປາແລ້ວ 331.196 ໂຕ. ການສ້າງຕັ້ງກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນໄລຍະຜ່ານມາທົ່ວແຂວງມີກອງທຶນທັງໝົດ 33 ກອງທຶນ, ມີສະມາຊິກກອງທຶນ 845 ສະຫາຍ, ໃນນັ້ນມີທຶນໝູນວຽນທັງໝົດ 2 ຕື້ 200 ລ້ານກ່ວາກີບ ຮູບແບບການນຳໃຊ້ທຶນແມ່ນປ່ອຍເງິນໃຫ້ສະມາຊິກພາຍໃນໜ່ວຍກູ້ຢືມເພື່ອແກ້ໄຂຊີວິດການເປັນຢູ່ ແລະ ເບິ່ງແຍງກັນໃນເວລາເຈັບປ່ວຍ ຫຼື ເສຍຊີວິດ.
ກອງປະຊຸມໃຫ່ຍ ໄດ້ພ້ອມກັນຄົ້ນຄວ້າ, ຕົກລົງບັນຫາສຳຄັນ ແລະ ຮັບຮອງເອົາຮ່າງລາຍງານການເມືອງທັງ II ພາກ ແລະ ຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານສະຫະພັນແມ່ຍິງແຂວງສະໄໝທີ III ແລະ ພ້ອມທັງກ່າວລາໜ້າທີ່.
ຈາກນັ້ນ ສະຫາຍ ແພງ ເຈັ່ນຕະພົມ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂື້້ນຜ່ານມາດຖານຂອງຜູ້ຮັບສະໜັກເລືອກຕັ້ງຄະນະບໍລິຫານງານສະຫະພັນນັກຮົບເກົ່າແຂວງຊຸດໃໝ່ ກອງປະຊຸມໄດ້ພ້ອມກັນໃຊ້ສິດຂອງຕົນປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານສະຫະພັນນັກຮົບເກົ່າແຂວງຜົ້ງສາລີ ສະໄໝທີ IV ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ຖືກຕ້ອງຕາມມາດຖານ ແລະ ເງື່ອນໄຂ ທີ່ກຳນົດໄວ້, ເຊິ່ງມີຜູ້ຮັບສະໝັກເລືອກຕັ້ງທັງໝົດ 13 ສະຫາຍ, ໃນນີ້ໄດ້ເລືອກເອົາ 11 ສະຫາຍ, ກອງປະຊຸມປະຖົມມະເລີກເລືອກໄດ້ເຫັນດີເປັນເອກະພາບເລືອກເອົາ ສະຫາຍ ພັນໂທ ຄຳອ້ວນ ອຸດວງວີໄລ ເປັນປະທານສະຫະພັນນັກຮົບເກົ່າແຂວງຜົງສາລີ ຄັ້ງທີ່ IV, ເລືອກເອົາສະຫາຍ ພັນໂທ ວຽງທອງ ມະນີແສງ ເປັນຮອງປະທານ, ສະຫາຍ ພັນໂທ ບຸນລັງ ຄອນລະສີ ເປັນຮອງປະທານ ທັງເປັນປະທານກວດກາ ແລະ ເລືອກເອົາ ສະຫາຍ ພັນຕີ ບຸນມີ ສາລີຍະໄຊ ເປັນຮອງປະທານກວດກາ. ກອງປະຊຸມຍັງໄດ້ເລືອກເອົາຜູ້ແທນສົມບູນ - ສຳຮອງ ໄປເຂົ້າຮ່ວມກອງປະຊຸມໃຫຍ່ຂອງສະຫະພັນນັກຮົບເກົ່າແຫ່ງຊາກລາວຈຳນວນ 9 ສະຫາຍ ສຳຮອງ 1 ສະຫາຍ.
ໃນກອງປະຊຸມທີ່ມີຄວາມໝາຍຄວາມສຳຄັນນີ່ ສະຫາຍ ຄຳຜອຍ ວັັນນະສານ ເຈົ້າແຂວງໆຜົ້ງສາລີ, ສະຫາຍ ພົນຈັດຕະວາ ຄຳຫອມ ແສງບົວລົມ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ກໍ່ໄດ້ມີຄຳເຫັນໂອ້ລົມ ຊຶ່ງກ່ອນອື່ນທັງສອງສະຫາຍກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ສະຫະພັນນັກຮົບເກົ່າທົ່ວແຂວງຍາດມາໄດ້ ແລະ ຍັງໃຫ້ທິດຊີ້ນຳວຽກງານແຕ່ລະດ້ານ ພ້ອມທັງຮຽກຮ້ອງໃຫ້ຄະນະບໍລິຫານງານສະຫະພັນນັກຮົບເກົ່າແຕ່ລະຂັ້ນ ຕ້ອງເອົາໃຈໃສ່ວຽກງານກວດກາຢ່າງຕັ້ງໜ້າເພື່ອແນ່ໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານໄດ້ຮັບຜົນສຳເລັດເປັນຢ່າງດີ ມີແຜນການຈັດຕັ້ງປະຕິບັດ 4 ເນື້ອໃນ 4 ຄາດໝາຍ 4 ບຸກທະລຸໃຫ້ປະກົດຜົນເປັນຈີງ, ເອົາໃຈໃສ່ຕິດຕາມກວດກາ ຊຸກຍູ້ບັນດາສະຫະພັນນັກຮົບເກົ່າບັນດາເມືອງ, ໜ່ວຍຮາກຖານຮັກສາໄດ້ມູນເຊື້ອ ແລະ ຂະຫຍາຍກອງທືນຊ່ວຍເຫຼື່ອເຊິ່ງກັນ ແລະ ກັນ ໃຫ້ກວ້າງຂວາງ, ຕິດຕາມກວດກາການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂງຂັ້ນ 3 ດີ 6 ຮັກສາ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ. ຄະນະຊຸດໃໝ່ຈົ່ງສືບຕໍ່ຊີ້ນຳ - ນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃນຄັ້ງນີ້ໃຫ້ມີຜົນສຳເລັດຍິ່ງໃຫຍ່ກວ່າເກົ່າ ແລະ ປະກົດຜົນເປັນຈິງ.
ພາບ - ຂ່າວ: ແສງຄຳ ສາລີວັນ