ຄຸນປະໂຫຍດ ຂອງຜັກຂະແຍງ ຜັກຂະແຍງ ເປັນຜັກພື້ນບ້ານຊະນິດໜຶ່ງ ທີ່ເຮົາມັກນຳມາປຸງແຕ່ງອາຫານ ເຊັ່ນ: ໃສ່ແກງໜໍ່ໄມ້, ເອາະຮວກ ແລະ ອື່ນໆ, ຊຶ່ງຜັກຂະແຍງມີສານຕ້ານອະນຸມູນອິດສະຫຼະສູງ ທີ່ມີລິດຕໍ່ຕ້ານເຊວມະເຮັງ ຕ່າງໆໄດ້ເປັນຢ່າງດີ.