ກ່ຽວກັບທີ່່ຕັ້ງ ແລະ ພູມສະຖານ

      ແຂວງຜົ້ງສາລີ “ເໜືອສຸດໃນປະເທດລາວ” ເປັນດິນແດນຂອງລາວທີ່ຕິດກັບ ປະເທດຈີນ ແລະ ຫວຽດນາມ ເຮັດໃຫ້ກາຍເປັນພື້ນທີ່ຍຸດທະສາດ ທີ່ມີການເຂົ້າມາຢຶດຄອງຈາກຫົວເມືອງໃຫຍ່ທັງຫລາຍໃນອະດີດ ໃນປະຈຸບັນ ເມືອງຜົ້ງສາລີ ເປັນເມືອງເອກຂອງແຂວງ ຕົວເມືອງຕັ້ງຢູ່ເທິງພູເຂົາສູງ 1,400 ແມັດ ໃນເຂດພູຟ້າ ເຮັດໃຫ້ອາກາດເຢັນສະບາຍຕະຫລອດປີ

  ​   ເນື່ອງຈາກຕັ້ງຢູ່ໃນໄຊຍະພູມອັນເປັນ ຈຸດຍຸດທະສາດສຳຄັນ ຄືຢູ່ເຄິ່ງກາງລະຫວ່າງຈີນ ກັບ ຫວຽດນາມ ຝຣັ່ງຈຶ່ງໃຫ້ຄວາມສຳຄັນກັບພື້ນທີ່ແຖບນີ້ຫລາຍເຖິງຂະໜາດສັ່ງການໃຫ້ຕັ້ງຄ້າຍກອງທະຫານຮັກສາການຂຶ້ນ ດັ່ງມີຮ່ອງຮອຍຂອງສະຖາປັດຕະຍະກຳແບບຝຣັ່ງປາກົດໃຫ້ເຫັນຕາມຮ່ອມຕ່າງໆ ແມ່ນອາຄານພານິດຂອງຈີນ ທີ່ເນັ້ນປະໂຫຍດໃຊ້ສອຍໄປສ່ວນໃຫຍ່ ຕາມບັນທຶກກ່າວໄວ້ວ່າໃນອະດີດຜົ້ງສາລີມີຖານະເປັນໜຶ່ງໃນເມືອງຂອງພວກໄທລື້ໃນແຄວ້ນສິບສອງປັນນາ ຕົກປີພ.ສ 2438 ລາວກໍ່ໄດ້ເສຍດິນແດນສິບສອງປັນນາແລະສິບສອງຈຸທັຍ ໃຫ້ແກ່ຈີນ ຕໍ່ມາເມື່ອຕົກມາເປັນຂອງລາວ ຈຶ່ງກາຍເປັນແຂວງ ທີ່ມີຄວາມຫລາກຫລາຍທາງເຊື້ອຊາດຫຼາຍທີ່ສຸດແຂວງໜຶ່ງ. ມີທັງ: ລາວລຸ່ມ, ມົ້ງ, ອາຂ່າ, ຢ້າວ, ໄທລື້ ແລະ ເຜົ່າຕ່າງໆ ລວມເຖິງຊາວຕ່າງດ້າວຫວຽດນາມ ກັບ ຈີນ ເນື່ອງຈາກລັດຖະບານລາວມີນະໂຍບາຍທີ່ຈະສ້າງ ເອກະພາບໃນຄວາມຫລາກຫລາຍ ຈຶ່ງໄດ້ລວມຊົນກຸ່ມນ້ອຍເຖິງ 23 ເຜົ່າ ເຂົ້າດ້ວຍກັນ.           



ປະຊາກອນ:

ແຂວງຜົ້ງສາລີ ເປັນແຂວງທີ່ມີຄວາມຫຼາກຫຼາຍທາງດ້ານປະຊາກອນ ຫຼາຍທີ່ສຸດ ເນື່ອງຈາກມີເຖິງ 23 ຊົນເຜົ່າອາໄສຢູ່ພາຍໃນແຂວງ ປະກອບດ້ວຍ: ລາວລຸ່ມ, ໄທລື້, ໄທດຳ, ມົ້ງ, ກຶມມຸ, ຢ້າວ, ມູເຊີ, ຫໍ້,ຢັ້ງ, ໂລໂລ ຯລຯ

ຢູ່ໃນແຂວງຜົ້ງສາລີແມ່ນຄົນຊົນເຜົ່າຫໍ້(漢家)ຫຼາຍກວ່າໝູ່ມີປະຊາກອນປະມານ 30% ຕໍ່ມາແມ່ນຊົນເຜົ່າພູນ້ອຍປະມານ 25% ຕໍ່ມາແມ່ນໄທລື້ປະມານ 25% ໄທດຳປະມານ 5% ນອກຈາກນັ້ນແມ່ນຊົນເຜົ່າອື່ນໆ. ທຸກຊົນເຜົ່າສະເໝີພາບ,ທຸກຊົນເຜົ່າລ້ວນແຕ່ເຂົ້າກັນໄດ້ດີຫຼາຍແລະຮັກສັນຕີພາບແລະມີຄວາມສູກຢູ່ໃນໃຈ.



ທີ່ຕັ້ງ:

 

►ທິດເໜືອ ແລະ ທິດຕາເວັນຕົກຕິດກັບ ສ.ປ ຈີນ

►ທິດໃຕ້ຕິດກັບ ແຂວງອຸດົມໄຊ ແລະ ຫລວງພະບາງ

►ທິດຕາເວັນອອກ ຕິດກັບ ສ.ສ ຫວຽດນາມ



ແຂວງຜົ້ງສາລີປະກອບດ້ວຍ 7 ເມືອງຄື:

1. ເມືອງບຸນໃຕ້(Boun Tai) (2-07)

2. ມືອງຂວາ(Khoua) (2-03)

3. ເມືອງໃໝ່(Mai) (2-02)

4. ເມືອງຍອດອູ(Gnot-Ou) (2-06)

5. ເມືອງຜົ້ງສາລີ(Phongsali) (2-01)

6. ເມືອງສຳພັນ(Samphan) (2-04)

7. ເມືອງບຸນເໜືອ (Boun Neua)

 


       

                                           

 

 

ລົງທະບຽນກອງປະຊຸມ
ແຈ້ງການ
ເຟດເພດ ຫ້ອງວ່າການແຂວງ
Whatapp
YouTube
ຮັບແຈ້ງຄໍາຕິຊົມ