ລະບົບ ກອງປະຊຸມທາງໄກ Video conference



 ►ເວັບໄຊດາວໂລດໂປຼແກຼມ Trueconf: https://evc.gov.la 

 ►ເວັບໄຊດາວໂລດໂປຼແກຼມ ZOOM: https://zoom.us/download 



        ຊອບແວຂອງລະບົບກອງປະຊຸມທາງໄກ Trueconf ແມ່ນລະບົບກອງປະຊຸມທາງໄກສຳຫຼັບອົງກອນໃຫຍ່ ຊຶ່ງເປັນລະບົບ Software On-Premise ຮອງຮັບການປະຊຸມໄດ້ເຖິງ 250 ຄົນ/ຫ້ອງ ແລະ ຍັງສາມາດສະແດງຜົນຈໍຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນ 36 ໜ້າຈໍ, ສາມາດແຊໜ້າຈໍ, ບົດ presentation ແລະ ບັນທຶກວິດີໂອ ໄດ້. ທີ່ສຳຄັນເຊີເວີ ແມ່ນສາມາດຕິດຕັ້ງໄວ້ຢູ່ພາຍໃນອົງກອນໄດ້. ຊຶ່ງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແມ່ນໄດ້ຕິດຕັ້ງ ແລະ ນຳໃຊ້ລະບົບດັ່ງກ່າວນີ້ ໂດຍມີເຊີເວີເກັບໄວ້ຢູ່ ສູນຂໍ້ມູນຂ່າວສານແຫ່ງຊາດ, ສາມາດເກັບຂໍ້ມູນເປັນຄວາມລັບ ທີ່ຮັບປະກັນຄວາມປອດໄພສູງ.



       ລະບົບກອງປະຊຸມທາງໄກ ແມ່ນລະບົບກອງປະຊຸມທາງໄກລະຫວ່າງ ອົງການຈັດຕັ້ງພາກລັດ ຫຼື ພະນັກງານ-ລັດຖະກອນດ້ວຍກັນ ໂດຍຜ່ານເຄືອຂ່າຍພາກລັດ ຫຼື ອິນເຕີເັນດ ເຊີ່ງສະແດງຜົນອອກຜ່ານລະບົບພາບ ແລະ ສຽງ, ຄອມພິວເຕີ ຫຼື ໂທລະສັບມືຖື ຊຶ່ງຜູ້ເຂົ້າຮ່ວມປະຊຸມນໍາໃຊ້ໄດ້ທຸກເວລາ ແລະ ທຸກສະຖານທີ່ ໂດຍບໍ່ຈໍາເປັນຈະຕ້ອງເດີນທາງມາຫາກັນ, ລະບົບດັ່ງກ່າວນີ້ຈະຊ່ວຍໃຫ້ສູນກາງຈັດກອງປະຊຸມນໍາບັນດາແຂວງ/ນະຄອນຫຼວງ ຫຼື ລະຫວ່າງແຂວງດ້ວຍກັນ ເພື່ອຄວາມສະດວກ, ວ່ອງໄວ ແລະ ປະຫຍັດ.



 

ການພັດທະນາ ແລະ ນໍາໃຊ້ລະບົບກອງປະຊຸມທາງໄກ (VC)ໃນສາກົນ

 

 

ລົງທະບຽນກອງປະຊຸມ
ແຈ້ງການ
ເຟດເພດ ຫ້ອງວ່າການແຂວງ
Whatapp
YouTube
ຮັບແຈ້ງຄໍາຕິຊົມ